ຖໍ້າພູຜ່າສາດນໍ້າມາຍ
1.1. ທີ່ຕັ້ງ ແລະ ປະຫວັດຄວາມເປັນມາ
ແຫຼ່ງທ່ອງທ່ຽວທຳມະຊາດຖ້ຳພູຜາສາດນ້ຳມາຍ ຕັ້ງຢູ່ ບ້ານທ່າຫຼວງ ເມືອງວຽງພູຄາ ແຂວງຫຼວງນ້ຳທາ, ໄລຍະທາງຫ່າງຈາກເທດສະບານເມືອງໄປທາງທິດຕາເວັນຕົກສຽງໃຕ້ ບົນເສັ້ນທາງເລກທີ NR1530 (ເສັ້ນທາງເມືອງວຽງພູຄາ ຫາ ເມືອງລອງ) ປະມານ 20 ກິໂລແມັດ ແລະ ຫ່າງຈາກເສັ້ນທາງປະມານ 200 ແມັດ, ເໜືອຕິດກັບ ບ້ານຕາແລງ (ຊົນເຜົ່າອາຄາ), ທິດໃຕ້ຕິດກັບປ່າສະຫວງນຂອງເມືອງ, ທິດຕາເວັນອອກຕິດກັບ ບ້ານທ່າຫຼວງ (ຊົນເຜົ່າມົ້ງ), ທິດຕາເວັນຕົກຕິດກັບສາຍນ້ຳມາຍ.
ຖ້ຳຈາກການສອບຖາມປະຊາຊົນ ແລະ ຜູ້ທີ່ພົບເຫັນສະຖານທີ່ດັ່ງກ່າວໄດ້ໃຫ້ຂໍ້ມູນເບື້ອງຕົ້ນວ່າ: ຖ້ຳພູຜາສາດນ້ຳມາຍ ເປັນໜ່ວຍພູໜ່ວຍດຽວ ທີ່ມີອຸມົງຍາວ 5 ສາຍ ແລະ ບໍ່ເຊື່ອມຕໍ່ກັນຄື:
- ສາຍທີ 1 ເອີ້ນວ່າ: ຖໍ້ານໍ້າລອດ, ເປັນຖໍ້າທີ່ມີນໍ້າໄຫຼໃນຊ່ວງລະດູຝົນ ແລະ ຈະແຫ້ງໃນລະດູແລ້ງ, ມີທາງເຂົ້າ ແລະທາງອອກ ໃຊ້ເວລາຍ່າງໃນຖ້ຳປະມານ 2 ຊົ່ວໂມງປາຍ, ຫ່າງຈາກເສັ້ນທາງ ປະມານ 200 ແມັດ.
- ສາຍທີ 2 ເອີ້ນວ່າ: ຖ້ຳຜາສາດ, ເປັນຖ້ຳທີ່ກ່າວຂານກັນມາວ່າ ເຄີຍໃຊ້ເປັນສະຖານທີ່ ເຝິກແອບຄາຖາຕາມຄວາມເຊື່ອຂອງຄົນບູຮານ (ໃຊ້ເວລາຍ່າງໃນຖ້ຳປະມານ 1 ຊົ່ວໂມງ ແລະ ຫ່າງຈາກຖ້ຳນ້ຳລອດຍ່າງຂຶ້ນຕາມສັນພູ ປະມານ 30 ນາທີ).
- ສາຍທີ 3 ເອີ້ນວ່າ: ຖ້ຳຍອດຊາຍ, ເປັນຊື່ເອີ້ນຕາມ ທຳມະຊາດປັ້ນແຕ່ງໃນຖ້ຳ ທີ່ມີລັກສະນະຄ້າຍຄືກັບອະໄວຍະວະຂອງເພດຊາຍ, (ໃຊ້ເວລາຍ່າງໃນຖ້ຳປະມານ 1 ຊົ່ວໂມງ ແລະ ຫ່າງຈາກຖ້ຳນ້ຳລອດຍ່າງຂຶ້ນຕາມສັນພູ ປະມານ 15 ນາທີ).
- ສາຍທີ 4 ເອີ້ນວ່າ: ຖ້ຳເຈຍ, ເປັນຖ້ຳທີ່ມີຝູງເຈຍອາໄສຢູ່ເປັນຈຳນວນຫຼວງຫຼາຍ (ໃຊ້ເວລາຍ່າງໃນຖ້ຳ ປະມານ 1 ຊົ່ວໂມງ ແລະ ຫ່າງຈາກຖ້ຳນ້ຳລອດຍ່າງຂຶ້ນຕາມສັນພູ ປະມານ 15 ນາທີ).
- ສາຍທີ 5: ເປັນຖ້ຳທີ່ມີອຸມົງສູງຊັນ, ເລິກ ຍັງບໍ່ເຄີຍມີປະຊາຊົນຄົນໃດລົງໄປໄດ້ເທື່ອ (ບໍ່ມີຂໍ້ມູນ).
1.1. ຈຸດພິເສດ
ແຫຼ່ງທ່ອງທ່ຽວທຳມະຊາດຖ້ຳພູຜາສາດນ້ຳມາຍ ແມ່ນມໍລະດົກວັດທະນະທຳ-ທຳມະຊາດ ທີ່ມີຄຸນຄ່າແຫ່ງໜຶ່ງຂອງ ເມືອງວຽງພູຄາ ແຂວງຫຼວງນ້ຳທາ ເກີດມີມາໄດ້ຫຼາຍປີແລ້ວ, ພື້ນສັນພູມີປ່າໄມ້ດົກໜາຂຽວງາມ, ມີຄວາມອຸດົມສົມບູນໄປດ້ວຍຊີວະນາໆພັນ. ເປັນຊັບພະຍາກອນການທ່ອງທ່ຽວທາງທຳມະຊາດ ແລະ ວັດທະນະທຳຂອງບັນດາເຜົ່າ ເຊິ່ງນອນຢູ່ບໍລິເວນປ່າສະຫງວນຂອງບ້ານ, ບໍລິເວນໃກ້ຄຽງ ລຽບຕາມເສັ້ນທາງມີບ້ານຊົນເຜົ່າອາໄສຢູ່, ເຊິ່ງສາມາດຈັດເປັນກິດຈະກຳການທ່ອງທ່ຽວເຊື່ອມຕໍ່ທາງດ້ານວັດທະນະທຳ ແລະ ທຳມະຊາດໄດ້.
1.2. ທ່າແຮງ
- ດ້ານເສດຖະກິດ: ເປັນເຂດທີ່ຍັງຄົງຮັກສາໄດ້ວິຖີຊີວິດແບບດັ້ງເດີມ, ດໍາລົງຊີວິດແບບອາໄສທໍາມະຊາດເປັນເຄື່ອງມືທໍາມາຫາກິນ ຫາເຄື່ອງປ່າຂອງດົງເພື່ອກິນເພື່ອຂາຍ. ປະຊາຊົນສ່ວນຫຼາຍຈະຍຶດຖືອາຊີບແບບຊາວກະສິກອນປູກຝັງ-ລ້ຽງສັດຕາມລະດູການ ແລະ ອາໄສ.
- ດ້ານວັດທະນະທໍາ-ສັງຄົມ: ເຂດຖໍ້າພູຜາສາດນໍ້າມາຍເປັນເຂດທີ່ດໍາລົງຊີວິດໂດຍຊົນເຜົ່າມົ້ງ ມີການດໍາລົງຊີວິດ, ການນຸ່ງຖື, ການປາກເວົ້າທີ່ເປັນເອກະລັກສະເພາະເຜົ່າ. ນອກນັ້ນ ຍັງເປັນບ້ານທີ່ໄດ້ຮັບການພັດທະນາໃຫ້ມີໂຮງຮຽນປະຖົມ, ມີລະບົບນໍ້າລິນ, ມີລະບົບໄຟຟ້າ ແລະ ອຶ່ນໆ.
- ດ້ານທໍາມະຊາດ: ຖໍ້າພູຜາສາດນໍ້າມາຍເປັນເຂດທີ່ຖືກປົກຄຸມດ້ວຍທໍາມະຊາດທີ່ອຸດົມສົມບູນທີ່ນອນໃນປ່າສະຫງວນແຫ່ງຊາດນໍ້າຫ້າທີ່ເປັນມໍລະດົກຂອງແຂວງຫຼວງນໍ້າທາເຊັ່ນດຽວກັນ, ທີ່ໄດ້ຮັບຄວາມນິຍົມຊົມຊອບຈາກນັກທ່ອງທ່ຽວສາກົນທີ່ເດີນທາງມາຢ້ຽມຢາມ, ທ່ຽວຊົມປ່າໄມ້ໃຫຍ່, ຕັ້ງແຄ້ມນອນປ່າ, ຍ່າງປ່າ...