ທີ່ຕັ້ງ ແລະ ປະຫວັດຄວາມເປັນມາ
ພະທາດປູມປຸກ ແມ່ນພະທາດທີ່ເກົ່າແກ່ທີ່ສຸຸດ ຂອງເມືອງຫຼວງນໍ້າທາ ສ້າງຕັ້ງຂຶ້ນໃນປີ ຄສ 1628 ເພື່ອເປັນສັນຍະລັກແຫ່ງມິດຕະພາບລະຫ່າງເມືອງຫົວທາ ແລະ ເມືອງຊຽງແສນ.ພະທາດດວງເກົ່າ ໄດ້ຖືກຍົນອາເມລິກາຖີ້ມລະເຍີດທຳລາຍ ໃນປີ 1966.ປະຈຸບັນຍັງມີຮ່ອງຮອຍເສດເຫຼືອຢູ່ຂ້າງພະທາດດວງໃໝ່.ພະທາດປູມປຸກ ຕັ້ງຢູ່ຫ່າງຈາກເທດສະບານເມືອງຫຼວງນໍ້າທາປະມານ 7 ກິໂລແມັດ.ທ່ານສາມາດຂີ່ລົດໂດຍສານ ຫຼື ລົດຖີບໄປເຖິງສະຖານທີ່ດັ່ງກ່າວໄດ້.ປະຈຸບັນມີປ້າຍອະທິບາຍປະຫວັດຄວາມເປັນມາ ຂອງທາດດັ່ງກ່າວກບຸນພະທາດປູມປຸກ ຈັດຂຶ້ນໃນເດືອນກຸມພາຂອງທຸກໆປີ.
ອີງຕາມປະຫວັດສາດ ເມືອງຫວງຫົວທາ ບັນທຶກໄວ້ວ່າ:ມາເຖິງເດືອນ 6 ອອກໃໝ່ 13 ຄໍ່າ ປີເປິກສີ ຈສ 99ຈສ 990 ຄສ 1628 ກົງກັບ ພສ 2171 ແມ່ນພະຍານາແລຕາໄຟ ທີ່ປົກຄອງເມືອງຊ້າຍ ຈັນທະບູລີ ແລະ ພະຍາ ສີສຸໂທທະນະທຳມີກະລາຊາ ແຫ່ງເມືອງແສນຊຽງ ໄດ້ຕົກລົງເຫັນດີນຳກັນໄດ້ນຳເອົາໄພ່ົນທັງສອງເມືອງຫຼວງຫົວທາ ເພື່ອສ້າງພະທາດຜູກໄມຕີກັນຂຶ້ນ 2 ດວງຄື:ດວງທີ່ 1 ສ້າງຂຶ້ນຢູ່ເທິງພູ ທາງທິດຕາເວັນຕົກສຽງເໜືອ ຂອງເມືອງຫົວທາ ພະທາດດວງນີ້ວ່າ:ພະທາດພູກຸກ ຫຼື ພະທາດປູມປຸກ ແຕ່ມາໃນໄລຍະຕໍ່ມາ ເອີ້ນວ່າ ພະທ່ດປູມປຸກ ອິນທະລົງກາຣາຊະທ່ນີ ຈົນມາຮອດປະຈຸບັນ.ດວງທີ 2 ແມ່ນສ້າງຂຶ້ນຢູ່ເທິງພູທີ່ມີຊື່ວ່າ ພູຜາສາດ ຕັ້ງຢູ່ ທາງທິດຕາເວັນອອກສຽງເໜືອ ຂອງເມືອງຫຼວງຫົວທາ,ປະຈຸບັນບໍລິເວນດັ່ງກ່າວ ແມ່ນຫ່າງຈາກບ້ານນໍ້າທຸງ 2 ກິໂລແມັດ ພະທາດດວງນີ້ແມ່ນສ້າງຂຶ້ນໂດຍ ພະຍານາແລຕາໄຟ ຜູ້ປົກຄອງເມືອງຊ້າຍຈັນທະບູລີແຫຼ່ງອານາຈັກລ້ານຊ້າງ.