ຫໍວາງສະແດງເມືອງສິງ (ເຮືອນເກົ່າພະຍາຊຽງກອງ)
ຫໍວາງສະແດງເມືອງສິງ(ເຮືອນເກົ່າພະຍາຊຽງກອງ)ຕັ້ງຢູ່ບ້ານຊຽງໄຈ ໃຈກາງເທດສະບານເມືອງສິງ ແຂວງຫຼວງນ້ຳທາ.ຕາມການບອກເລົ່ງສືບຕໍ່ກັນມາວ່າ:ໄດ້ສ້າງຕັ້ງຂຶ້ນໃນປີ 1934,ແຕ່ກ່ອນໄດ້ເປັນເຮືອນທີ່ຢູ່ອາໄສຂອງພະຍາຊຽງກອງ ຜູ້ທີ່ເຈົ້າຊີວິດຫຼວງພະບາງແຕ່ງຕັ້ງໃຫ້ປົກຄອງດູແລເຂດເມືອງສິງ,ຕົ້ນສະຕະວັດທີ 20 ເຊິ່ງເປັນຜູ້ທີ່ຮັ່ງມີທາງສັບສົມບັດໃນທ້ອງຖິ່ນເວລານັ້ນ,ເປັນພະຍາເຈົ້າເມືອງທີ່ປະຊາຊົນໃຫ້ຄວາມສັດທາເປັນເວລາຫຼາຍປີ,ພາຍຫຼັງປະເທດຊາດໄດ້ນັຮັບການປົດປ່ອຍເຮືອນດັ່ງກ່າວໄດ້ຖືກປະຮ້າງໄວ້ໄລຍະໜຶ່ງ,ຕໍ່ມາປີ 1990 ອົງການປົກຄອງທ້ອງຖິ່ນ ໄດ້ປັບປຸງ ແລະ ເຮັດເປັນເຮືອນພັກສຳລັບພະນັກງານລັດທີ່ເດີນທາງມາເຮັດວຽກໃນເມືອງສິງ,ຕົກມາໃນປີ 2007 ທາງອົງການປົກຄອງເມືອງສິງໄດ້ມອບເຮືອນດັ່ງກ່າວ ໃຫ້ຫ້ອງການຖະແຫຼງຂ່າວ,ວັດທະນະທຳ ບູລະນະປັບປຸງເພື່ອເຮັດເປັນສູນວາງສະແດງວັດທະນະທຳຂອງເທືອງສິງ ປະຈຸບັນເປັນບ່ອນເກັບຮັກສາອຸປະກອນຮັບໃຊ້ ແລະ ລາຊະວົມບັດປະເພດຕ່າງໆທີ່ເປັນສັບສົມບັດຂອງຊາວເມືອງສິງ ພ້ອມກັນອານູລັກມາແຕ່ສະຕະວັດທີ 19-20 ໄດ້ວາງສະແດງບັນດາມູນເຊື້ອ ກ່ຽວກັບວັດທະນະທຳຂອງບັນດາເຜົ່າ,ວັດຖຸບູຮານ ແລະ ຂໍ້ມູນອື່ນໆ.ຫໍວາງສະແດງເມືອງສິງເປັນຈຸດດີສຳລັບການຄົ້ນພົບຄວາມຮັ່ງມີ ທາງດ້ານວັດທະນະທຳ ແລະ ປະຫວັດສາດເມືອງສິງ,ນັກທ່ອງທ່ຽວສາມາດເຂົ້າໄປທ່ຽວຊົມຕາມເວລາລັດຖະການ.